Research activities:

ປະຈຸບັນສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ໄດ້ດໍາເນີນບັນດາໂຄງການຄົ້ນຄວ້າທີ່ກ່ຽວຂ້ອງກັບບັນດາຂົງເຂດ ແມ່ ແລະ ເດັກ-ໂພຊະນາການ, ນະໂຍບາຍ ແລະ ລະບົບສາທາລະນະສຸກ, ການຄົ້ນຄວ້າດ້ານຄະລີນິກ ແລະ ພະຍາດຊຶມເຊື້ອເຂດຮ້ອນ, ຜູ້ສູງອາຍຸ, ຄົນພິການ ບັນດາຫົວຂໍ້ແມ່ນມີຄືດັ່ງຕໍ່ໄປນີ້:

ການຄົ້ນຄວ້າໃນຂົງເຂດວຽກງານແມ່ແລະເດັກ -ໂພຊະນາການ/Mother and Child Health and Nutrition

  1. ໂຄງການການສຶກສາປັບປຸງການນຳໃຊ້ຢາຕ້ານເຊື້ອຢ່າງສົມເຫດສົມຜົນໃຫ້ໄດ້ 30% ໃນແມ່ຍິງໄລຍະ ຖືພາ, ຫລັງເກີດລູກ ແລະ ໃນເດັກລຸ່ມອາຍຸ 05 ປີ (ICARS) – ຮັບຜິດຊອບ ໂດຍ: ທ່ານ ຮສ. ປອ. ດຣ. ຊົມພູ ໄຊຍະສອນ, ຮອງຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
  2. ໂຄງການການສຶກສາຄວາມສຳພັນລະຫວ່າງການສັກວັກຊີນ ແລະ ການຂາດສານອາຫານໃນເດັກລາວລຸ່ມ 5 ປີ ສໍາເລັດໃນປີ 2025 – ຮັບຜິດຊອບໂດຍ: ປອ. ດຣ. ບຸນໂຮມ ສຸກຂະຜົນ, ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
  3. ການກໍານົດອາຫານທີ່ມັກ ແລະ ຕິດພັນກັບການບໍລິໂພກເກືອ/ນໍ້າຕານ ແລະ ຄວາມສ່ຽງຕໍ່ສຸຂະພາບໃນອານາຄົດ ໃນໄວໝຸ່ມ ຢູœສປປ ລາວ – ຮັບຜິດຊອບໂດຍ: ປອ. ດຣ. ນ ເກດມະນີ ລາດຊະວົງ, ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
  4. ໂຄງການການສຶກສາດ້ານໂພຊະນາການໃນຊຸມຊົນ ທີ່ເມືອງສັງທອງ ນະຄອນຫລວງວຽງຈັນ ໂດຍໄດ້ຮັບທຶນ ຈາກສະມາຄົມນັກກໍານົດອາຫານ ປະເທດຍີ່ປຸ່ນ (2026-2027) – ຮັບຜິດຊອບໂດຍ ປອ. ດຣ. ນ ຄໍາແພງ ຟອງລືຊາ ແລະ ປທ. ດຣ. ນ ສົມພອນ ສຸຂະວົງ

ການສຶກສາໃນຂົງເຂດສຸຂະພາບໄວໜຸ່ມ/Adolescent Health Researches:

  1. ໂຄງການການສຶກສາກ່ຽວກັບການປ້ອງການການແຕ່ງງານແຕ່ອາຍຸຍັງນ້ອຍ ຢູ່ ເຂດຫ່າງໄກສອກຫລີກ ເມືອງ ເຊໂປນ ແຂວງສະຫວັນນະເຂດ, ຜູ້ຮັບຜິດຊອບໂຄງການຮ່ວມ ປອ.ດຣ. ນ ຄໍາແພງ ຟອງລືຊາ ຈາກ ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ, ປອ. ດຣ. ຕຽງຄໍາ ປ້ອງວົງສາ ຈາກພະແນກສາທາລະນະສຸກແຂວງ ສະຫວັນນະເຂດ, ປອ. ເກດສະໜາ ກັນຍາສານ ຈາກ ມະຫາວິທະຍາໄລແຫ່ງຊາດ ແລະ ສຈ. ຈູນ ໂກບາຢາຊິ ຈາກ ມະຫາວິທະຍາໄລ ຣີວກີວ, Okinawa, Japan – ກໍາລັງດໍາເນີນງານ
  2. ໂຄງການການສໍາຫລວດຂະໜາດນ້ອຍໃນໄວໝຸ່ມພິການ (ອາຍຸ 10-19 ປີ) ຢູ່ ນະຄອນຫຼວງວຽງຈັນ (Small Scale Survey among Adolescents with Disability in Vientiane Capital, Lao PDR, funded by UNFPA to Lao PDR) – ສໍາເລັດໃນປີ 2025. ຮັບຜິດຊອບ ປອ. ດຣ.  ນ ຄໍາແພງ  ຟອງລືຊາ, ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ

ການຄົ້ນຄວ້າໃນຂົງເຂດພະຍາດຊຶ່ມເຊື້ອເຂດຮ້ອນ/Tropical Infectious Diseases Research:

  1. ໂຄງການຄວບຄຸມພະຍາດໃບໄມ້ໃນເລືອດ (Final push for elimination of Mekong shistosomiasis in Lao PDR – ຮັບຜິດຊອບ ໂດຍ: ທ່ານ ຮສ. ປອ. ດຣ. ຊົມພູ ໄຊຍະສອນ, ຮອງຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ແລະ ປທ. ດຣ. ສີສຸພັນ ມະນີ ວິຊາການສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ

ການຄົ້ນຄວ້າໃນຂົງເຂດນະໂຍບາຍ ແລະ ລະບົບສາທາລະນະສຸກ/Policy and Health System Research:

  1. ໂຄງການກຳນົດສາເຫດການເສຍຊີວິດ ໂດຍນໍາໃຊ້ການຊັນນະສູດດ້ວຍການສອບຖາມ ຢູ່ແຂວງບໍລິຄຳໄຊ, ສປປ ລາວ (Verbal autopsy) – ຮັບຜິດຊອບໂດຍ: ທ່ານ ຮສ. ປອ. ດຣ. ຊົມພູ ໄຊຍະສອນ, ຮອງຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
  2. ໂຄງການລົບລ້າງພະຍາດແມ່ທ້ອງໃນເຂດລຸ່ມແມ່ນໍ້າຂອງ (Eliminating the Major Helminth Neglected Tropical Diseases from the Lower Mekong Basin, e-Asia Joint Research Program: a community and School-based randomized control trial, multi-center study) – ຮັບຜິດຊອບ ໂດຍ: ທ່ານ ຮສ. ປອ. ດຣ. ຊົມພູ ໄຊຍະສອນ, ຮອງຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ແລະ ປທ. ດຣ. ສີສຸພັນ ມະນີ ວິຊາການສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
  3. ການປັບປຸງການດູແລເບິ່ງແຍງແບບປະຄັບປະຄອງ ຢູ່ ສປປ ລາວ (Enhancing palliative care in Lao PDR) – ຮັບຜິດຊອບໂດຍ ທ່ານ ປທ. ດຣ. ມະນີທອງ ວົງລໍຄໍາ, ຮອງຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
  4. ຄວາມເຂົ້າໃຈ ທາງດ້ານລະບົບສັງລວມ ເພື່ອປັບປູງການດູແລເບີ່ງແຍງ ຄົນເຈັບໜັກ ແບບປະຄັບປະຄອງ ໃນ ສປປ ລາວ (Understanding the policy and system dynamics to improve Palliative Care in Lao PDR) – ຮັບຜິດຊອບໂດຍ ທ່ານ ປທ. ດຣ. ມະນີທອງ ວົງລໍຄໍາ, ຮອງຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ຮ່ວມກັບ ດຣ ດານຽນ ໂກໂບສ, ຊ່ຽວຊານຈາກ SwissTPH, Switzerland.
  5. ການສໍາຫຼວດປະກັນສຸຂະພາບແຫ່ງຊາດ ຕາມຮອບປົກກະຕິ ໄດ້ຮັບທຶນ ຈາກ ILO in Lao PDR – ຮັບຜິດຊອບໂດຍ ທ່ານ ປທ. ດຣ. ມະນີທອງ ວົງລໍຄໍາ, ຮອງຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
  6. ໂຄງການປັບປຸງຄວາມຮູ້ດ້ານສຸຂະພາບ, ດີຈີຕອນ ແລະ ນະວັດຕະກໍາ ໃນທ່າມກາງຜູ້ອາວຸໂສ ຢູ່ປະເທດໄທ ແລະ ສປປ ລາວ (IHDILL) – ຮັບຜິດຊອບໂດຍ ປອ. ດຣ.  ນ ຄໍາແພງ ຟອງລືຊາ, ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ຮ່ວມກັບ ປອ. ການົກວັນ ສຸວັນນະຣົງ SUPA71, BKK, Thailand
  7. ການປະເມີນຜົນຂອງການທົດສອບກ່ຽວກັບການໃຫ້ເງີນຊ່ວຍເຫຼືອເດັກພິການ ຢູ່ 4 ເມືອງຂອງ ແຂວງຊຽງຂວາງ, ປະເທດລາວ – ຮັບຜິດຊອບໂດຍ: ປອ. ດຣ. ບຸນໂຮມ ສຸກຂະຜົນ, ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ

ບັນດາໂຄງການທີ່ສໍາເລັດ/completed research projects:

  1. ໂຄງການ ການສ້າງຄວາມສາມາດໃຫ້ແກ່ນັກຄົ້ນຄວ້າ ທາງດ້ານໂພຊະນາການ (ANRCB): ການປະເມີນອາຫານທ່ຽງປະຈຳວັນ ຂອງໂຮງຮຽນ ແລະ ຄ່າສະເລ່ຍຂອງສານອາຫານຫຼັກ ແລະ ພະລັງງານ ໃນໜື່ງອາທິດ , ແລະ ປະເມີນຕົວຂັບເຄື່ອນຫຼັກຂອງອາຫານທ່ຽງໃນໂຮງຮຽນ ທີ່ປຸງແຕ່ງຢູ່ໃນໂຮງຮຽນທ້ອງຖິ່ນ ຂອງ ຄູ ແລະ ແມ່ຄົວໃນ ສອງແຂວງ, ສປປ ລາວ ສໍາເລັດ ປີ 2024 – ຮັບຜິດຊອບໂດຍ: ປທ. ດຣ. ນ ສົມພອນ ສຸຂະວົງ, ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
  2. ກິດຈະກໍາແຊກແຊງ ເພື່ອປ້ອງກັນ ແລະຄວບຄຸມ ເພື່ອຫລຸດຜ່ອນການຕິດເຊື້ອໃນໂຮງໝໍ ຢູ່ ສປປ ລາວ ແລະ ກໍາປູເຈຍ: ການສຶກສາທົດລອງ ( Infection prevention and  control intervention to reduce hospital-acquired infections in Cambodia and Laos: a pilot study )
  3. ໂຄງການ ການຍອມຮັບຂອງເຂົ້າໜຽວທີ່ປະສົມຝຸ່ນວິຕາມິນໃນທ້ອງຖິ່ນຂອງນັກຮຽນປະຖົມ, ຜູ້ດູແລເດັກ/ພໍ່ແມ່, ຄູອາຈານ ແລະ ຜູ້ແຕ່ງອາຫານ ຢູ່ໃນ ສອງແຂວງ (ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ), ສປປ ລາວ ປີ 2025 – ຮັບຜິດຊອບໂດຍ: ປທ. ດຣ. ນ ສົມພອນ ສຸຂະວົງ, ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
  4. ການສຶກສາຮູບແບບການບໍລິໂພກອາຫານ ຂອງຄົນເຈັບເບົາຫວານ ໃນໂຮງໝໍສູນກາງ ຂອງປະເທດລາວ ສໍາເລັດໃນປີ 2023 – ຮັບຜິດຊອບໂດຍ: ປອ. ດຣ. ນ ເກດມະນີ ລາດຊະວົງ, ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
  5. ການສຶກສາ ITCHY – ການປິ່ນປົວພະຍາດຂີ້ຫິດ ດ້ວຍຢາ Ivermectin ໃນເດັກອາຍຸຕໍ່າກວ່າ 05 ປີ ໄລຍະທີ່ 1 – ສໍາເລັດ ປີ 2023 – ຮັບຜິດຊອບໂດຍ: ປອ. ດຣ.  ນ ຄໍາແພງ ຟອງລືຊາ, ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
  6. ການສຶກສາ ITCHY – ການປິ່ນປົວພະຍາດຂີ້ຫິດ ດ້ວຍຢາ Ivermectin ໃນເດັກອາຍຸຕໍ່າກວ່າ 05 ປີ ໄລຍະທີ່ 1 – ສໍາເລັດ ປີ 2024 – ຮັບຜິດຊອບໂດຍ: ປອ. ດຣ.  ນ ຄໍາແພງ ຟອງລືຊາ, ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
  7. ອິດທິພົນທາງຮິດຄອງປະເພນີຕໍ່ບົດບາດຍິງ-ຊາຍກ່ຽວກັບການປ່ຽນແປງກໍາມະພັນດ້ານສຸຂະພາບ (SoGen / EpiGender) ສໍາເລັດ ປີ 2024 – ຮັບຜິດຊອບ ໂດຍ: ປອ. ດຣ.  ນ ຄໍາແພງ ຟອງລືຊາ, ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ

ດ້ານການຝຶກອົບຮົມ/Training activities:

ສະຖາບັນໃຫ້ບໍລິການດ້ານວິຊາການຄືດັ່ງຕໍ່ໄປນີ:
1) ຝຶກອົບຮົມວິທິວິທະຍາດ້ານການຄົ້ນຄວ້າວິທະຍາສາດສາທາລະນະສຸກ,
2) ດ້ານຈັນຍາທໍາການຄົ້ນຄວ້າວິທະຍາສາດສາທາລະນະສຸກ ແລະ
3) ດ້ານການຄຸ້ມຄອງສາທາລະນະສຸກ ໃຫ້ແກ່ຜູ້ບໍລິຫານສາທາລະນະສຸກ ຂັ້ນແຂວງ ແລະ ຂັ້ນເມືອງ
Lao Tropical and Public Health Institute provides academic services as the following:
short training course on health research methodology,
Ethics in health research and
Health management for health administrator at provincial and district levels