ວັນທີ 30 ກັນຍາ 2026 ເວລາ 13:30-16:30 ໂມງ ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ, ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ໂຄງການ ອີເອເຊຍ (eAsia Joint Researcher Program) ໃນຫົວຂໍ້ ການໃຫ້ຄວາມຮູ້ແກ່ຊຸມຊົນກ່ຽວກັບໂພຊະນາການເດັກໂດຍຜ່ານຜູ້ປົກຄອງ (PICNIC), ນະຄອນຫຼວງວຽງຈັນ, ສປປ ລາວ ຄັ້ງທຳອິດ ເພື່ອປຶກສາຄວາມເປັນໄປໄດ້ ແລະ ການຍອມຮັບໃນການນຳເອົາຮູບແບບໂຄງການ PICNIC (ການໃຫ້ຄວາມຮູ້ແກ່ຊຸມຊົນກ່ຽວກັບໂພຊະນາການເດັກໂດຍຜ່ານຜູ້ປົກຄອງ) ເຂົ້າມາມີສ່ວນຮ່ວມໃນວຽກງານບໍລິການ ສຸຂະພາບແມ່ ແລະ ເດັກ ທີ່ເປັນວຽກງານປົກກະຕິ ຢູ່ທີ່ ນະຄອນຫຼວງວຽງຈັນ, ສປ ປລາວ. ໃຫ້ກຽດເປັນປະທານກອງປະຊຸມ ໂດຍທ່ານ ປອ. ດຣ. ນາງ ຄຳແພງ ຟອງລືຊາ ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ແລະ ທັງເປັນ ເປັນຜູ້ຊີ້ນຳໃນການຈັດຕັ້ງປະຕິບັດໂຄງການ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມ ປະມານ 20 ທ່ານ ຈາກຂະແໜງການທີ່ກ່ຽວຂ້ອງ. ເຊິ່ງໂຄງການດັ່ງກ່າວ ໄດ້ຮັບທຶນສະໜັບສະໜູນຈາກ ໂຄງການຄົ້ນຄວ້າຮ່ວມ eAsia (eAsia JRP) ພາຍໃຕ້ສະພາຄົ້ນຄວ້າສຸຂະພາບ ແລະ ການແພດແຫ່ງຊາດ ອົດສຕຣາລີ (NHMRC) (2025–2027) ໃຫ້ຈັດຕັ້ງປະຕິບັດການຄົ້ນຄວ້າໃນໄລຍະເວລາ 01 ປີ

Leave a comment

Your email address will not be published. Required fields are marked *