ວັນທີ 30 ກັນຍາ 2026 ເວລາ 8:30-12:00 ໂມງ ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ, ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການທົບທວນເອກະສານທີ່ກ່ຽວຂ້ອງກັບບັນດາຕົວຊີ້ວັດ ຂອງ ສຸຂະພາບແມ່ ແລະ ເດັກ ໂດຍຜ່ານການສົນທະນາ ຈາກບັນດາພາກສ່ວນທີ່ກ່ຽວຂ້ອງໃນບັນດາ 6 ຂົງເຂດຫຼັກ ຮອບທຳອິດ. ໃຫ້ກຽດເປັນປະທານກອງປະຊຸມ ໂດຍທ່ານ ປອ. ດຣ. ນາງ ຄຳແພງ ຟອງລືຊາ ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ແລະ ທັງເປັນ ເປັນຜູ້ຊີ້ນຳໃນການຈັດຕັ້ງປະຕິບັດໂຄງການ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມ ປະມານ 45 ທ່ານ.
ເຊິ່ງໂຄງການດັ່ງກ່າວ ໄດ້ຮັບທຶນຂະໜາດນ້ອຍ ໃນການຈັດຕັ້ງປະຕິບັດ ຈາກ ມູນລະນິທິການພັດທະນານະໂຍບາຍສຸຂະພາບລະຫວ່າງປະເທດ (IHPP), ປະເທດໄທ ໃນການຈັດຕັ້ງປະຕິບັດໃນການທົບທວນແມ່ນ 06 ເດືອນ

Leave a comment

Your email address will not be published. Required fields are marked *