Research activities:
ປະຈຸບັນສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ໄດ້ດໍາເນີນບັນດາໂຄງການຄົ້ນຄວ້າທີ່ກ່ຽວຂ້ອງກັບບັນດາຂົງເຂດ ແມ່ ແລະ ເດັກ-ໂພຊະນາການ, ນະໂຍບາຍ ແລະ ລະບົບສາທາລະນະສຸກ, ການຄົ້ນຄວ້າດ້ານຄະລີນິກ ແລະ ພະຍາດຊຶມເຊື້ອເຂດຮ້ອນ, ຜູ້ສູງອາຍຸ, ຄົນພິການ ບັນດາຫົວຂໍ້ແມ່ນມີຄືດັ່ງຕໍ່ໄປນີ້:
ການຄົ້ນຄວ້າໃນຂົງເຂດວຽກງານແມ່ແລະເດັກ -ໂພຊະນາການ/Mother and Child Health and Nutrition
- ໂຄງການການສຶກສາປັບປຸງການນຳໃຊ້ຢາຕ້ານເຊື້ອຢ່າງສົມເຫດສົມຜົນໃຫ້ໄດ້ 30% ໃນແມ່ຍິງໄລຍະ ຖືພາ, ຫລັງເກີດລູກ ແລະ ໃນເດັກລຸ່ມອາຍຸ 05 ປີ (ICARS) – ຮັບຜິດຊອບ ໂດຍ: ທ່ານ ຮສ. ປອ. ດຣ. ຊົມພູ ໄຊຍະສອນ, ຮອງຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
- ໂຄງການການສຶກສາຄວາມສຳພັນລະຫວ່າງການສັກວັກຊີນ ແລະ ການຂາດສານອາຫານໃນເດັກລາວລຸ່ມ 5 ປີ ສໍາເລັດໃນປີ 2025 – ຮັບຜິດຊອບໂດຍ: ປອ. ດຣ. ບຸນໂຮມ ສຸກຂະຜົນ, ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
- ການກໍານົດອາຫານທີ່ມັກ ແລະ ຕິດພັນກັບການບໍລິໂພກເກືອ/ນໍ້າຕານ ແລະ ຄວາມສ່ຽງຕໍ່ສຸຂະພາບໃນອານາຄົດ ໃນໄວໝຸ່ມ ຢູສປປ ລາວ – ຮັບຜິດຊອບໂດຍ: ປອ. ດຣ. ນ ເກດມະນີ ລາດຊະວົງ, ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
- ໂຄງການການສຶກສາດ້ານໂພຊະນາການໃນຊຸມຊົນ ທີ່ເມືອງສັງທອງ ນະຄອນຫລວງວຽງຈັນ ໂດຍໄດ້ຮັບທຶນ ຈາກສະມາຄົມນັກກໍານົດອາຫານ ປະເທດຍີ່ປຸ່ນ (2026-2027) – ຮັບຜິດຊອບໂດຍ ປອ. ດຣ. ນ ຄໍາແພງ ຟອງລືຊາ ແລະ ປທ. ດຣ. ນ ສົມພອນ ສຸຂະວົງ
ການສຶກສາໃນຂົງເຂດສຸຂະພາບໄວໜຸ່ມ/Adolescent Health Researches:
- ໂຄງການການສຶກສາກ່ຽວກັບການປ້ອງການການແຕ່ງງານແຕ່ອາຍຸຍັງນ້ອຍ ຢູ່ ເຂດຫ່າງໄກສອກຫລີກ ເມືອງ ເຊໂປນ ແຂວງສະຫວັນນະເຂດ, ຜູ້ຮັບຜິດຊອບໂຄງການຮ່ວມ ປອ.ດຣ. ນ ຄໍາແພງ ຟອງລືຊາ ຈາກ ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ, ປອ. ດຣ. ຕຽງຄໍາ ປ້ອງວົງສາ ຈາກພະແນກສາທາລະນະສຸກແຂວງ ສະຫວັນນະເຂດ, ປອ. ເກດສະໜາ ກັນຍາສານ ຈາກ ມະຫາວິທະຍາໄລແຫ່ງຊາດ ແລະ ສຈ. ຈູນ ໂກບາຢາຊິ ຈາກ ມະຫາວິທະຍາໄລ ຣີວກີວ, Okinawa, Japan – ກໍາລັງດໍາເນີນງານ
- ໂຄງການການສໍາຫລວດຂະໜາດນ້ອຍໃນໄວໝຸ່ມພິການ (ອາຍຸ 10-19 ປີ) ຢູ່ ນະຄອນຫຼວງວຽງຈັນ (Small Scale Survey among Adolescents with Disability in Vientiane Capital, Lao PDR, funded by UNFPA to Lao PDR) – ສໍາເລັດໃນປີ 2025. ຮັບຜິດຊອບ ປອ. ດຣ. ນ ຄໍາແພງ ຟອງລືຊາ, ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
ການຄົ້ນຄວ້າໃນຂົງເຂດພະຍາດຊຶ່ມເຊື້ອເຂດຮ້ອນ/Tropical Infectious Diseases Research:
- ໂຄງການຄວບຄຸມພະຍາດໃບໄມ້ໃນເລືອດ (Final push for elimination of Mekong shistosomiasis in Lao PDR – ຮັບຜິດຊອບ ໂດຍ: ທ່ານ ຮສ. ປອ. ດຣ. ຊົມພູ ໄຊຍະສອນ, ຮອງຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ແລະ ປທ. ດຣ. ສີສຸພັນ ມະນີ ວິຊາການສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
ການຄົ້ນຄວ້າໃນຂົງເຂດນະໂຍບາຍ ແລະ ລະບົບສາທາລະນະສຸກ/Policy and Health System Research:
- ໂຄງການກຳນົດສາເຫດການເສຍຊີວິດ ໂດຍນໍາໃຊ້ການຊັນນະສູດດ້ວຍການສອບຖາມ ຢູ່ແຂວງບໍລິຄຳໄຊ, ສປປ ລາວ (Verbal autopsy) – ຮັບຜິດຊອບໂດຍ: ທ່ານ ຮສ. ປອ. ດຣ. ຊົມພູ ໄຊຍະສອນ, ຮອງຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
- ໂຄງການລົບລ້າງພະຍາດແມ່ທ້ອງໃນເຂດລຸ່ມແມ່ນໍ້າຂອງ (Eliminating the Major Helminth Neglected Tropical Diseases from the Lower Mekong Basin, e-Asia Joint Research Program: a community and School-based randomized control trial, multi-center study) – ຮັບຜິດຊອບ ໂດຍ: ທ່ານ ຮສ. ປອ. ດຣ. ຊົມພູ ໄຊຍະສອນ, ຮອງຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ແລະ ປທ. ດຣ. ສີສຸພັນ ມະນີ ວິຊາການສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
- ການປັບປຸງການດູແລເບິ່ງແຍງແບບປະຄັບປະຄອງ ຢູ່ ສປປ ລາວ (Enhancing palliative care in Lao PDR) – ຮັບຜິດຊອບໂດຍ ທ່ານ ປທ. ດຣ. ມະນີທອງ ວົງລໍຄໍາ, ຮອງຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
- ຄວາມເຂົ້າໃຈ ທາງດ້ານລະບົບສັງລວມ ເພື່ອປັບປູງການດູແລເບີ່ງແຍງ ຄົນເຈັບໜັກ ແບບປະຄັບປະຄອງ ໃນ ສປປ ລາວ (Understanding the policy and system dynamics to improve Palliative Care in Lao PDR) – ຮັບຜິດຊອບໂດຍ ທ່ານ ປທ. ດຣ. ມະນີທອງ ວົງລໍຄໍາ, ຮອງຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ຮ່ວມກັບ ດຣ ດານຽນ ໂກໂບສ, ຊ່ຽວຊານຈາກ SwissTPH, Switzerland.
- ການສໍາຫຼວດປະກັນສຸຂະພາບແຫ່ງຊາດ ຕາມຮອບປົກກະຕິ ໄດ້ຮັບທຶນ ຈາກ ILO in Lao PDR – ຮັບຜິດຊອບໂດຍ ທ່ານ ປທ. ດຣ. ມະນີທອງ ວົງລໍຄໍາ, ຮອງຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
- ໂຄງການປັບປຸງຄວາມຮູ້ດ້ານສຸຂະພາບ, ດີຈີຕອນ ແລະ ນະວັດຕະກໍາ ໃນທ່າມກາງຜູ້ອາວຸໂສ ຢູ່ປະເທດໄທ ແລະ ສປປ ລາວ (IHDILL) – ຮັບຜິດຊອບໂດຍ ປອ. ດຣ. ນ ຄໍາແພງ ຟອງລືຊາ, ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ຮ່ວມກັບ ປອ. ການົກວັນ ສຸວັນນະຣົງ SUPA71, BKK, Thailand
- ການປະເມີນຜົນຂອງການທົດສອບກ່ຽວກັບການໃຫ້ເງີນຊ່ວຍເຫຼືອເດັກພິການ ຢູ່ 4 ເມືອງຂອງ ແຂວງຊຽງຂວາງ, ປະເທດລາວ – ຮັບຜິດຊອບໂດຍ: ປອ. ດຣ. ບຸນໂຮມ ສຸກຂະຜົນ, ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
ບັນດາໂຄງການທີ່ສໍາເລັດ/completed research projects:
- ໂຄງການ ການສ້າງຄວາມສາມາດໃຫ້ແກ່ນັກຄົ້ນຄວ້າ ທາງດ້ານໂພຊະນາການ (ANRCB): ການປະເມີນອາຫານທ່ຽງປະຈຳວັນ ຂອງໂຮງຮຽນ ແລະ ຄ່າສະເລ່ຍຂອງສານອາຫານຫຼັກ ແລະ ພະລັງງານ ໃນໜື່ງອາທິດ , ແລະ ປະເມີນຕົວຂັບເຄື່ອນຫຼັກຂອງອາຫານທ່ຽງໃນໂຮງຮຽນ ທີ່ປຸງແຕ່ງຢູ່ໃນໂຮງຮຽນທ້ອງຖິ່ນ ຂອງ ຄູ ແລະ ແມ່ຄົວໃນ ສອງແຂວງ, ສປປ ລາວ ສໍາເລັດ ປີ 2024 – ຮັບຜິດຊອບໂດຍ: ປທ. ດຣ. ນ ສົມພອນ ສຸຂະວົງ, ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
- ກິດຈະກໍາແຊກແຊງ ເພື່ອປ້ອງກັນ ແລະຄວບຄຸມ ເພື່ອຫລຸດຜ່ອນການຕິດເຊື້ອໃນໂຮງໝໍ ຢູ່ ສປປ ລາວ ແລະ ກໍາປູເຈຍ: ການສຶກສາທົດລອງ ( Infection prevention and control intervention to reduce hospital-acquired infections in Cambodia and Laos: a pilot study )
- ໂຄງການ ການຍອມຮັບຂອງເຂົ້າໜຽວທີ່ປະສົມຝຸ່ນວິຕາມິນໃນທ້ອງຖິ່ນຂອງນັກຮຽນປະຖົມ, ຜູ້ດູແລເດັກ/ພໍ່ແມ່, ຄູອາຈານ ແລະ ຜູ້ແຕ່ງອາຫານ ຢູ່ໃນ ສອງແຂວງ (ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ), ສປປ ລາວ ປີ 2025 – ຮັບຜິດຊອບໂດຍ: ປທ. ດຣ. ນ ສົມພອນ ສຸຂະວົງ, ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
- ການສຶກສາຮູບແບບການບໍລິໂພກອາຫານ ຂອງຄົນເຈັບເບົາຫວານ ໃນໂຮງໝໍສູນກາງ ຂອງປະເທດລາວ ສໍາເລັດໃນປີ 2023 – ຮັບຜິດຊອບໂດຍ: ປອ. ດຣ. ນ ເກດມະນີ ລາດຊະວົງ, ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
- ການສຶກສາ ITCHY – ການປິ່ນປົວພະຍາດຂີ້ຫິດ ດ້ວຍຢາ Ivermectin ໃນເດັກອາຍຸຕໍ່າກວ່າ 05 ປີ ໄລຍະທີ່ 1 – ສໍາເລັດ ປີ 2023 – ຮັບຜິດຊອບໂດຍ: ປອ. ດຣ. ນ ຄໍາແພງ ຟອງລືຊາ, ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
- ການສຶກສາ ITCHY – ການປິ່ນປົວພະຍາດຂີ້ຫິດ ດ້ວຍຢາ Ivermectin ໃນເດັກອາຍຸຕໍ່າກວ່າ 05 ປີ ໄລຍະທີ່ 1 – ສໍາເລັດ ປີ 2024 – ຮັບຜິດຊອບໂດຍ: ປອ. ດຣ. ນ ຄໍາແພງ ຟອງລືຊາ, ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
- ອິດທິພົນທາງຮິດຄອງປະເພນີຕໍ່ບົດບາດຍິງ-ຊາຍກ່ຽວກັບການປ່ຽນແປງກໍາມະພັນດ້ານສຸຂະພາບ (SoGen / EpiGender) ສໍາເລັດ ປີ 2024 – ຮັບຜິດຊອບ ໂດຍ: ປອ. ດຣ. ນ ຄໍາແພງ ຟອງລືຊາ, ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
ດ້ານການຝຶກອົບຮົມ/Training activities:
| ສະຖາບັນໃຫ້ບໍລິການດ້ານວິຊາການຄືດັ່ງຕໍ່ໄປນີ: 1) ຝຶກອົບຮົມວິທິວິທະຍາດ້ານການຄົ້ນຄວ້າວິທະຍາສາດສາທາລະນະສຸກ, 2) ດ້ານຈັນຍາທໍາການຄົ້ນຄວ້າວິທະຍາສາດສາທາລະນະສຸກ ແລະ 3) ດ້ານການຄຸ້ມຄອງສາທາລະນະສຸກ ໃຫ້ແກ່ຜູ້ບໍລິຫານສາທາລະນະສຸກ ຂັ້ນແຂວງ ແລະ ຂັ້ນເມືອງ | Lao Tropical and Public Health Institute provides academic services as the following: short training course on health research methodology, Ethics in health research and Health management for health administrator at provincial and district levels |
